ດອກໄມ້ປະຈຳຊາດໃນອາຊຽນ






       
            

      ປະຊາຄົມອາຊຽນ 10 ປະເທດ ຮວມຕົວກັນເພື່ອເປັນໜຶ່ງດຽວໃນການພັດທະນາແຕ່ລະປະເທດໃຫ້ຈະເລີນກ້າວໜ້າໄປໃນທິດທາງດຽວກັນ ເຊິ່ງມື້ນີ້ເຮົາມາຮູ້ຈັກຂໍ້ມູນກ່ຽວກັບດອກໄມ້ປະຈຳຊາດຂອງແຕ່ລະປະເທດ ເພື່ອຈະເປັນຄວາມຮູ້ເພີ່ມເຕີມໃຫ້ກັບຄົນອ່ານ.

ໝາຍເຫດ: ຖ້າຊື່ດອກໄມ້ບາງຊະນິດບໍ່ຖືກກັບຊື່ທີ່ຄົນລາວເອີ້ນຕ້ອງຂໍອະໄພນຳຫຼາຍໆ

1.ປະເທດ ໄທ(Kingdom of Thailand) : ດອກຄູນ

            

       ດອກໄມ້ປະຈຳຊາດຂອງໄທ ກໍຄື ດອກຄູນ ຫຼືໃນພາສາໄທເອີ້ນດອກ ຣາຊພຣຶກ (Ratchaphruek) ທີ່ມີສີເຫຼືອກສວຍງາມ ເມື່ອເບັ່ງບານແລ້ວໃຫ້ຄວາມຮູ້ສຶກອົບອຸ່ນ ຖືເປັນສັນຍະລັກຂອງຄວາມມີກຽດສັກສີ ໂດຍມີຄວາມເຊື່ອວ່າສີເຫຼືອງອະລ່າມຂອງດອກຄູນຄືສີແຫ່ງພະພຸດທະສາດສະໜາແລະຄວາມຮຸ່ງເຮືອງ ລວມທັງຍັງເປັນສັນຍະລັກແຫ່ງຄວາມສາມັກຄີປອງດອງຂອງຄົນໃນຊາດອີກດ້ວຍ ໂດຍດອກຄູນຈະເບັ່ງບານໃນໄລຍະເດືອນກຸມພາ-ເມສາ ເຊິ່ງເປັນໄລຍະບຸນກຸດສົງການ ມີຈຸດເດັ່ນເວລາເບັ່ງບານຄືການຫຼົ່ນໃບອອກຈົນໝົດຕົ້ນ ເຫຼືອໄວ້ພຽງແຕ່ສີເຫຼືອງອະລ່າມຂອງດອກເທົ່ານັ້ນ.

2.ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (Lao People’s Democratic Republic) : ດອກຈຳປາ

            

       ດອກໄມ້ປະຈຳຊາດລາວເຮົາຄື ດອກຈຳປາລາວ (Dok Champa) ດອກຈຳປາລາວມີສີສັນຫຼາກຫຼາຍ ບໍ່ສະເພາະເຈາະຈົງວ່າຕ້ອງເປັນພຽງສີຂາວເທົ່ານັ້ນ ເຊັ່ນ ສີເຫຼືອງ, ສີບົວ, ສີແດງ ຫຼືສີໂທນອ່ອນຕ່າງໆ ມີກິ່ນຫອມຫວນຊວນດົມ ມີລຳຕົ້ນແລະໃບທີ່ສວຍງາມ, ໂດຍດອກຈຳປາລາວນັ້ນເປັນຕົວແທນຂອງຄວາມສຸກແລະຄວາມຈິງໃຈ ເປັນຕົ້ນດອກໄມ້ມຸງຄຸນ ຈຶ່ງນິຍົມໃຊ້ຢ່າງຫຼວງຫຼາຍເພື່ອປະດັບປະດາໃນງານພິທີຕ່າງໆ ລວມທັງເປັນພວງມາໄລເພື່ອຮັບແຂກອີກດ້ວຍ.

3.ປະເທດ ກຳປູເຈຍ (Kingdom of Cambodia) : ດອກລຳດວນ

            

       ກຳປູເຈຍມີດອກໄມ້ປະຈຳຊາດເປັນ ດອກລຳດວນ (Rumdul) ດອກໄມ້ສີຂາວປົນເຫຼືອງນວນ ກີບດອກໜາທຶບແລະແຂງເລັກນ້ອຍ ມີກິ່ນຫອມເຢັນ ຖືກຈັດເປັນໄມ້ມຸງຄຸນຊະນິດໜຶ່ງເພາະມີຄວາມໝາຍເຖິງຄວາມສົດຊື່ນຫອມຫວນ ແລະເປັນດອກໄມ້ສຳລັບສຸພາບສະຕີ ວິທີປູກທີ່ຖືກຕ້ອງ ຕ້ອງປູກໄວ້ໃນທິດຕາເວັນຕົກສຽງເໜືອຂອງເຮືອນ ທີ່ສຳຄັນຕ້ອງປູກໃນວັນພຸດອີກ.

4.ປະເທດ ບຣູໄນດາຣຸສຊາລາມ (Negara Brunei Darussalam) : ດອກຊິມປໍຣ

            

       ດອກໄມ້ປະຈຳຊາດບຣູໄນ ກໍຄື ດອກຊິມປໍ (Simpor) ຫຼືທີ່ຮູ້ຈັກກັນໃນອີກຊື່ໜຶ່ງຄື ດອກສ້ານຊະວາ ດອກໄມ້ປະຈໍາທ້ອງຖິ່ນບຣູໄນ ທີ່ມີກີບຂະໜາດໃຫຍ່ສີເຫຼືອງ ຖ້າບ້ານເຕັມທີ່ແລ້ວກີບດອກຈະມີລັກສະນະຄັນຮົ່ມ ພົບເຫັນໄດ້ຕາມແຄມແມ່ນ້ຳທົ່ວໄປໃນບຣູໄນ ມີສັບພະຄຸນຊ່ວຍປິ່ນປົວບາດແຜ ຖ້າຫາກໃຜໄດ້ໄປປະເທດບຣູໄນ ຈະພົບເຫັນໄດ້ຈາກທະນະບັດໃບ 1 ໂດລາ ຂອງປະເທດບຣູໄນ ແລະໃນງານສິລະປະພື້ນເມືອງອີກດ້ວຍ.

5.ປະເທດ ມຽນມາ(Union of Myanmar) : ດອກປະດູ່

            

       ດອກໄມ້ປະຈຳຊາດຂອງມຽນມາ ຄື ດອກດູ່ ເປັນດອກໄມ້ທີ່ພົບຫຼາຍໃນປະເທດມຽນມາ ມີສີເຫຼືອງຄຳ ອອກດອກແລະສົ່ງກິ່ນຫອມໃນຕົ້ນລະດູຝົນ ປະມານເດືອນເມສາ ເຊິ່ງເປັນໄລຍະເວລາດຽວກັບປະເທດມຽນມາສະເຫຼີມສະຫຼອງປີໃໝ່ຂຶ້ນ ເຊິ່ງມຽນມາເຊື່ອວ່າດອກດູ່ຄືສັນຍະລັກຂອງຄວາມແຂງແຮງ ຄວາມທົນທານ ແລະເປັນດອກໄມ້ທີ່ຂາດບໍ່ໄດ້ໃນພິທີທາງສາດສະໜາຂອງຊາວພະມ້າ.

6.ປະເທດ ຟີລິບປິນ (Republic of the Philippines) : ດອກພຸດແກ້ວ

            

       ດອກໄມ້ປະຈຳຊາດຟີລິບປິນ ຄື ດອກພຸດແກ້ວ (Sampaguita Jasmine)ດອກມີສີຂາຍ ກີບດອກເປັນຮູບດາວ ມີກິ່ນຫອມ ບານສົ່ງກິ່ນໃນຕອນກາງຄືນ ຖືເປັນສັນຍະລັກຂອງຄວາມບໍລິສຸດ ລຽບງ່າຍ ອ່ອນນ້ອມຖ່ອມຕົນ ລວມເຖິງຄວາມເຂັ້ມແຂງອີກດ້ວຍ ເຄີຍຖືກເອົາມາໃຊ້ສະເຫຼີມສະຫຼອງ ໃນຕຳນວນເລື່ອງເລົ່າລວມທັງບົດເພງຂອງຟີລິບປິນນຳອີກ.

7.ປະເທດ ສິງກະໂປ(Republic of Singapore) : ດອກກ້ວຍໄມ້ແວ່ນດ້າ

            

       ປະເທດສິງກະໂປ ມີ ດອກກ້ວຍໄມ້ແວນດ້າ (Vanda Miss Joaquim) ເປັນດອກໄມ້ປະຈຳຊາດໂດຍດອກກ້ວຍໄມ້ແວນດ້າຕັ້ງຊື່ຕາມຜູ້ປະສົມພັນ ຄື Miss Agnes Joaquim ຈັດເປັນດອກກ້ວຍໄມ້ທີ່ເປັນທີ່ຮູ້ຈັກຫຼາຍທີ່ສຸດໃນປະເທດສິງກະໂປ ມີສີມ່ວງສົດສວຍງາມແລະເບັ່ງບານຢູ່ຕະຫຼອດປີ ໂດຍຖືກຈັດໃຫ້ເປັນດອກໄມ້ປະຈຳຊາດສິງກະໂປມາຕັ້ງແຕ່ປີ 1981.

8.ປະເທດ ມາເລເຊຍ (Malaysia) : ດອກພູ່ລະຫົງ

            

       ສຳລັບປະເທດມາເລເຊຍນັ້ນ ມີດອກໄມ້ປະຈຳຊາດເປັນໃໝ່ (Bunga Raya) ໃນພາສາທ້ອງຖິ່ນເອີ້ນວ່າ ດອກບຸຫງາ ລັກສະນະກີບດອກເປັນສີແດງ ມີເກສອນຍື່ນກາຍດອກອອກມາ ເຊິ່ງຖືກຈັດໃຫ້ເປັນສັນຍະລັກຂອງປະເທດມາເລເຊຍ ເພື່ອເສີມສ້າງຄວາມເປັນປຶກແຜ່ນແລະຄວາມອົດທົນໃນຊາດ ໂດຍເຊື່ອວ່າຈະຊ່ວຍສົ່ງເສີມໃຫ້ສູງສົ່ງແລະສະຫງ່າງາມ ລວມທັງຍັງສາມາດເອົາໄປໃຊ້ໃນທາງການແພດແລະຄວາມງາມໄດ້ອີກດ້ວຍ.

9.ປະເທດ ຫວຽດນາມ(The Socialist Republic of Vietnam) : ດອກບົວ

            

       ປະເທດຫວຽດນາມ ມີດອກໄມ້ທີ່ຄົນລາວເຮົາຮູ້ຈັກດີ ນັ້ນຄື ດອກບົວ (Lotus) ເປັນດອກໄມ້ປະຈຳຊາດ ໂດຍດອກບົວເປັນທີ່ຮູ້ຈັກກັນໃນນາມ “ດອກໄມ້ແຫ່ງຮຸ່ງອະລຸນ” ເປັນສັນຍະລັກຂອງຄວາມບໍລິສຸດ ຄວາມຜູກພັນ ແລະການເບິ່ງໂລກໃນແງ່ດີ ດອກບົວຈຶ່ງມັກຖືກກ່າວເຖິງໃນບົດກອນແລະເພງພື້້ນເມືອງຂອງຊາວຫວຽດນາມຢູ່ເລື້ອຍໆ.

10.ປະເທດ ອິນໂດເນເຊຍ (Republic of Indonesia) : ດອກ້ວຍໄມ້

            

       ດອກໄມ້ປະຈຳຊາດອິນໂດເນເຊຍ ຄື ດອກກ້ວຍໄມ້ລາຕີ (Moon Orchid) ເຊິ່ງເປັນໜຶ່ງໃນດອກກ້ວຍໄມ້ທີ່ບານຢູ່ໄດ້ດົນນານທີ່ສຸດ ໂດຍຊໍ່ດອກນັ້ນສາມາດແຕກກິ່ງແລະຢູ່ໄດ້ດົນເຖິງ 2-6 ເດືອນ ໂດຍດອກຈະບານພຽງປີລະ 2-3 ເທື່ອເທົ່ານັ້ນ ທັງນີ້ດອກກ້ວຍໄມ້ລາຕີສາມາດຈະເລີນເຕີບໂຕໄດ້ດີໃນອາກາດຊື້ ຈຶ່ງພົບເຫັນໄດ້ງ່າຍໃນພື້ນທີ່ຕ່ຳຂອງປະເທດອິນໂດເນເຊຍ.

ຂໍຂອບໃຈ ຮູບພາບຈາກ Web Site:https://laopost.com/2014/06/01/6055